ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງ ຮອງປະທານ, ປະຈຳການ
ຄະນະກຳມະການ ປກຊ- ປກສ ແຂວງຫຼວງພະບາງ

     ພິທີປະກາດການແຕ່ງຕັ້ງຮອງປະທານ, ຜູ້ປະຈຳການຄະນະກຳມະການ ປກຊ-ປກສ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນ ວັນທີ 22 ພະ
ຈິກ 2023, ຢູ່ ທີ່ ສະໂມສອນຂອງ ກອງບັນຊາການທະຫານ ແຂວງຫຼວງພະບາງ, ໂດຍການເປັນ ປະທານຂອງ ສະຫາຍ ພົນຕີ ຈັນທອງ
ສອນຕະອາດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ຄະນະກຳມະການປ້ອງກັນຊາດແຂວງ, ຜູ້ຕາງໜ້າການນຳຂອງແຂວງ, ຫ້ອງ
ການ ປກຊ-ປກ ສ, ພະນັກງານຫຼັກແຫຼ່ງ ກອງບັນຊາການທະຫານ ແຂວງ, ປກສ ແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນເອກ ຄຳຜິວ ມະນີວົງ ຮອງຫົວໜ້າຫ້ອງການ ປກຊ-ປກສ ສູນກາງ ໄດ້ຜ່ານມະຕິ ຕົກລົງ ຂອງ ຄະນະເລຂາທິການສູນກາງ
ພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ວິລ່ຽມວົງ ທິສານ ເປັນ ຮອງປະທານ, ທັງເປັນຜູ້ປະຈຳການ, ສະຫາຍ ພົນຈັດຕະວາ ຕູ່ຊົ່ງ
ປັດໄຈ ເປັນຮອງປະທານ, ສະຫາຍ ເພັງຄຳ ມະວົງ ເປັນກໍຳມະການ, ສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ ເປັນກຳມະການ ແລະ ສະຫາຍ
ພັນໂທ ຄຳ ເພົ້າເດດ ບັນດິດ ເປັນກຳມະການ.

     ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ສ້າງມາໄດ້ໃນ ໄລຍະຜ່ານມາພ້ອມທັງ, ມີຄຳເຫັນ
ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ ເພື່ອເປັນແນວທາງ ແລະ ບ່ອນອີງໃຫ້ແກ່ ຄະນະກຳມະການ ປກຊ-ປກສ ແຂວງ ຫຼວງພະບາງ ໃນການຈັດຕັ້ງ
ປະຕິບັດໜ້າທີ່ວຽກງານ, ເພື່ອສືບຕໍ່ປົກປັກຮັກສາ ເຮັດໃຫ້ສະພາບ ພາຍໃນແຂວງ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມ
ສະຫງົບ ປອດໄພ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນານັບມື້ດີຂຶ້ນ

ແຫຼ່ງຂ່າວໂດຍ ບຸນເພັງ ວົງແກ້ວມະນີ 
ວັນທີ 24/11/2023